ເປັນຮ້ານທີ່ເປີດມາບໍ່ດົນ ແຕ່ບອກໄດ້ເລີຍວ່າອາຫານຮ້ານເພີິ່ນເດັດຫລາຍ, ມີຫຼາຍເມນູທີ່ເປັນຕຳນານ, ອາຫານຮ້ານເພິ່ນລົດຊາດບໍ່ຈັດຈ້ານ (ສະຕາຍແບບອາຫານຝີມືແມ່). ສູດອາຫານຮ້ານເພິ່ນ ທີ່ຖືກຕົກທອດຈາກລຸ້ນປູ່ຍ່າ, ລົດຊາດກົມກ່ອມ ລົງໂຕພໍດີເປະ. ເມນູອາຫານສວາຍທີ່ຢາກແນະນຳແມ່ນ ເມນູເປັດ ແລະຢາກບອກວ່າແຊບກົມກ່ອມທຸກເມນູ. ນອກນີ້ກາງຄືນຮ້ານເພິ່ນຍັງມີ ຊີ້ນດາດພັນ ທີ່ລົດຊາດ ແຕກຕ່າງຈາກຮ້ານອື່ນນຳ. ຕ້ອງໄປລອງເດີ!
ເມນູເດັດ:, ຊີ້ນດາດພັນ, ເຂົ້າໜ້າເປັດ