ໜ້າຫຼັກລາວນະຄອນຫຼວງວຽງຈັນໄຊເສດຖາຮ້ານອາຫານ

ເຝີແຊບນາອູຊຽງຂວາງ (ສາຂາ1)

(0 ຣີວິວ) • ₭₭

ຮ້ານເຝີຊຽງຂວາງທີ່ສັ່ງເສັ້ນເຝີມາຈາກແຫຼ່ງເຝີດັງຄືບ້ານນາອູ ແຂວງຊຽງຂວາງ. ສົດໃຫມ່ທຸກມື້! ເສັ້ນນຸ້ມ,ລົດຊາດກົມກ່ອມຄືນັ່ງກິນຢູ່ຊຽງຂວາງ! ນອກຈາກເຝີແລ້ວຮ້ານເພີ່ນຍັງມີຕຳແຊບລົດເດັດຫລາຍເມນູໃຫ້ໄດ້ລອງ ແລະ ຍັງມີເມນູອາຫານຕາມສັ່ງຫລາກຫລາຍເມນູມາໃຫ້ໄດ້ລອງຊີມນຳເຊັ່ນ: ລາບຊີ້ນງົວ ໃສ່ໝາກແຂ່ນຊຽງຂວາງ, ແກງເພ້ຍຊຽງຂວາງ, ຕັບຫວານຊຽງຂວາງ...! ແມ່ຄ້າໃຈດີ:) ຍີ້ມນົວຫົວມ່ວນ. ຮ້ານເພີ່ນຜັກກັບ ແບບບຸບເຟ້ ແລະ ແຖມຟີນ້ຳຫວານທຸກມື້. ຕອນນີ້ມີ 2 ສາຂາ :1 ບ້ານຄໍາສະຫວາດ/ 2 ບ້ານໜອງສ້າງທໍ່. ໃກ້ສາຂາໃດ ກໍ່ໄປລອງຊີມຢູ່ສາຂານັ້ນ ແລະ ຮ້ານເພີ່ນຍັງຮັບອອກງານນອກສະຖານທີ່ນຳເດີ້.

ເມນູເດັດ:, ເຝີຊຽງຂວາງ, ຕຳສົ້ມ



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ